ພວກຂ້າພະເຈົ້າໄດ້ເປີດເຜີຍການແຈ້ງລາຄາລະອຽດ, ດັ່ງນັ້ນທ່ານສາມາດເລືອກການບໍລິການທີ່ທ່ານຕ້ອງການໄດ້.
ພວກຂ້າພະເຈົ້າເປັນ ຜູ້ຈັດພິທີຊາປະນະກິດສົບທີ່ມີຄວາມເມດຕາສົງສານ, ສາມາດຊ່ວຍທ່ານຈັດງານຊາປະນະກິດສົບທີ່ໜ້າຈົດຈໍາ ແລະ ເປັນການຈັດງານໃຫ້ກຽດກັບຄົນທີ່ທ່ານຮັກແພງ. ພວກຂ້າພະເຈົ້າຈະເຮັດວຽກຢ່າງໃກ້ຊິດກັບທ່ານໃນລະຫວ່າງມື້ທີ່ເຂົາເຈົ້າໄດ້ລ່ວງລັບໄປ, ໃຫ້ຄໍາແນະນໍາທີ່ອ່ອນໂຍນໃນເວລາທີ່ທ່ານຕ້ອງການ. ພວກຂ້າພະເຈົ້າມີປະສົບການຫຼາຍ ໃນການຊ່ວຍເຫຼືອຄອບຄົວຈາກພື້ນຖານວັດທະນະທໍາ ແລະ ສາສະໜາຂອງຊາວອາຊີ.
ພວກຂ້າພະເຈົ້າພ້ອມໃຫ້ບໍລິການ 24 ຊົ່ວໂມງ, 7 ວັນຕໍ່ອາທິດ. ດ້ວຍການເບິ່ງແຍງດູແລທີ່ເປັນມືອາຊີບຈາກພະນັກງານທີ່ໄດ້ຮັບການຝືກອົບຮົມຢ່າງຮອບດ້ານ ແລະ ເຂັ້ມງວດ, ພວກຂ້າພະເຈົ້າຈະໃຫ້ການເບິ່ງແຍງ ດັ່ງນີ້:
ສົ່ງຄົນທີ່ທ່ານຮັກເຂົ້າມາໃນການເບິ່ງແຍງຂອງພວກຂ້າພະເຈົ້າ
ເອກະສານ ແລະ ໃບຢັ້ງຢືນ
ການຈັດການບໍລິການ
ການຈັດງານຝັງສົບ ຫຼື ເຜົາ
ການບໍລິການໃນໂບດຂອງ ສັງວາສາກົນ ຫຼື ໂບດທີ່ຈັດໂດຍຄອບຄົວ, ຕາມດ້ວຍພິທິຝັ່ງສົບໃນສຸສານທີ່ທ່ານຕ້ອງການ
ການບໍລິການໃນໂບດສຸສານທີ່ທ່ານຕ້ອງການ ໂດຍມີຄ່າທໍານຽມທີ່ຮຽກເກັບຈາກສຸສານດັ່ງກ່າວ ຕາມດ້ວຍພິທີຝັງສົບຕາມທີ່ທ່ານຕ້ອງການ.
ບໍລິການຂຸມຝັງສົບ
ໃຫ້ການບໍລິການຢູ່ໃນໂບດເຜົາສົບ, ຕາມດ້ວຍການເຜົາສົບ.
ໃຫ້ການບໍລິການເຜົາສົບເທົ່ານັ້ນ, ບໍ່ມີການບໍລິການອື່ນ.
ພວກຂ້າພະເຈົ້າຢູ່ທີ່ນີ້ສໍາລັບທ່ານ. ໂທຫາພວກຂ້າພະເຈົ້າໄດ້ຕະຫຼອດ 24 ຊົ່ວໂມງຕໍ່ມື້, 7 ມື້ຕໍ່ອາທິດ 1800 888 832, ຫຼື ປະກອບແບບຟອມນີ້ແລ້ວພວກຂ້າພະເຈົ້າຈະໂທຫາທ່ານຄືນ.