ການບໍລິການພິທີປົງສົບຊາວພຸດ
ພວກເຮົາໄດ້ສ້າງສາຍພົວພັນທີ່ດີກັບວົງສາດສະໜາພຸດຊິດນີ,ແລະຮັກສາຕິດຕໍ່ເປັນໄລຍະຍາວກັບວັດພຸດທະສາສະໜາທັງໝົດທ້ອງຖີ່ນ.
ພວກຂ້າພະເຈົ້າມີປະສົບການຮັບບໍລິການຊາວຫວຽດນາມ, ຊາວຈີນ, ຊາວກຳປູເຈຍ ແລະ ຊາວລາວໃນນະຄອນຊິດນີ ດ້ວຍນໍ້າໃຈຮັກແພງ, ຄວາມຈິງໃຈ ແລະ ຄວາມສັດຊື່ເປັນເວລາເຖິງ 30 ກວ່າປີ.
ການບໍລິການຂອງພວກເຮົາ
ໂຮງພິທີປົງສົບຈີນໂລກໄດ້ເຂົ້າໃຈຢ່າງຮອບດ້ານສຳລັບພິທີປົງສົບ ແລະ ຮິດຄອງປະເພນີທັງໝົດຂອງອາຊີ.
ສິ່ງອຳນວຍຄວາມສະດວກໃນແຟຟິວ
ສິ່ງອຳນວຍຄວາມສະດວກຂອງພວກຂ້າພະເຈົ້າລວມມີໂບດສາມຫຼັງ, ໃນນັ້ນແຕ່ລະຫຼັງສາມາດບັນຈຸແຂກໄດ້ 100 ທ່ານ, ມີຄວາມເໝາະສົມສຳລັບການຈັດງານສາດສະໜາພຸດ, ສາດສະໜາເຕົາ, ສາດສະໜາຄຣິດສະຕຽນ ແລະ ຜູ້ທີ່ບໍ່ຖືສາສະໜາ.
ຫ້ອງງານສົບແບບອາຊີສະເພາະ
ອາຄານທີ່ທັນສະໄໝຂອງພວກເຮົາປະກອບມີໂບດນ້ອຍທີ່ເໝາະສົມສຳລັບພິທີທາງສາສະໜາພຸດ (ລວມທັງຊາວກຳປູເຈຍ ແລະ ລາວ) ແລະ ສາສະໜາເຕົາ.
ຜູ້ອຳນວຍການງານສົບຂອງພວກເຮົາສາມາດເວົ້າພາສາກວາງຕຸ້ງ, ພາສາຈີນກາງ, ພາສາອັງກິດ ແລະ ພາສາຫວຽດນາມ, ເຊິ່ງທັງໝົດລ້ວນແຕ່ມີຄວາມຊຳນານໃນການຈັດງານສົບຕາມວັດທະນະທຳ ແລະ ປະເພນີຂອງຊາວອາຊີ.
ໂຮງພິທີປົງສົບຈີນໂລກໃຫ້ການບໍລິການພິທີປົງສົບສະເພາະ(ລວມທັງຊຸມຊົນເປັນສາດສະໜາແລະຊຸມຊົນບໍ່ເປັນສາດສະໜາ)ທີ່ເໝາະສົມປະຊາກອນບັນດາປະເທດອາຊີ.ໂດຍບົນພື້ນຖານປະສົບການຫຼາຍປີ ແລະ ການຕິດຕໍ່ພົວພັນໄລຍະຍາວນານລະຫວ່າງເຮົາກັບຊຸມຊົນທ້ອງຖີ່ນ,ພວກເຮົາໄດ້ເຂົ້າໃຈຢ່າງຮອບດ້ານສຳລັບພິທີປົງສົບ ແລະ ຮິດຄອງປະເພນີທັງໝົດຂອງອາຊີ.ພວກເຮົາມີຈຸດປະສົງທີ່ໃຫ້ການບໍລິການທີ່ຖືກຄວາມຮຽກຮ້ອງຕ້ອງການຂອງແຕ່ລະຄອບຄົວທີ່ເຮົາບໍລິການນັ້ນ.
ກະລຸນາຕິດຕໍ່ທິມງານຂອງເຮົາທີ່ມີປະສົບການຢ່າງສົມບູນ,ເພື່ອສຳຜັດການສະໜັບສະໜູນທີ່ເຮົາໃຫ້ທ່ານນັ້ນ.
ພວກເຮົາໄດ້ສ້າງສາຍພົວພັນທີ່ດີກັບວົງສາດສະໜາພຸດຊິດນີ,ແລະຮັກສາຕິດຕໍ່ເປັນໄລຍະຍາວກັບວັດພຸດທະສາສະໜາທັງໝົດທ້ອງຖີ່ນ.
ພວກເຮົາມີປະສົບການຢ່າງສົມບູນກ່ຽວກັບຈັດຕັ້ງປະຕິບັດແລະສະໜອງການບໍລິການພິທີປົງສົບໃຫ້ານິກະຊົນສາສະໜາກາໂຕນິກແລະຄິດຕະສາສະໜາ.
ພວກເຮົາຈະສະໜອງການບໍລິການແລະສິ່ງອຳນວຍທີ່ບໍ່ເປັນສາດສະໜາໃຫ້ລູກຄ້າ.ແຕ່ວ່າ,ສຳລັບທ່ານ,ຖ້າຫາກພິທີພື້ນເມືອງຫຼືຮິດຄອງປະເພນີສຳຄັນຫຼາຍ,ພວກເຮົາກໍ່ຈະສາມາດນັບມູນສ່ວນເຫຼົ່ານີ້ເຂົ້າໃນການບໍລິການ.
ຜູ້ອຳນວຍການງານສົບ Universal Chung Wah ໃນ Fairfield ໄດ້ໃຫ້ບໍລິການຊຸມຊົນຊາວອາຊີໃນ Sydney ເປັນເວລາຫຼາຍກວ່າ 30 ປີ. ພວກເຮົາມີຄວາມພູມໃຈໃນຕົວເອງໃນຖານະຜູ້ຊ່ຽວຊານມືອາຊີບທີ່ຊ່ຽວຊານໃນການຊ່ວຍເຫຼືອຄອບຄົວໃຫ້ສ້າງການບໍລິການທີ່ໜ້າຈົດຈຳສຳລັບຄົນທີ່ເຂົາເຈົ້າຮັກ.
ສິ່ງອຳນວຍຄວາມສະດວກຂອງພວກຂ້າພະເຈົ້າລວມມີໂບດສາມຫຼັງ, ໃນນັ້ນແຕ່ລະຫຼັງສາມາດບັນຈຸແຂກໄດ້ 100 ທ່ານ, ມີຄວາມເໝາະສົມສຳລັບການຈັດງານສາດສະໜາພຸດ, ສາດສະໜາເຕົາ, ສາດສະໜາຄຣິດສະຕຽນ ແລະ ຜູ້ທີ່ບໍ່ຖືສາສະໜາ. ອາຄານທີ່ທັນສະໄໝຂອງພວກຂ້າພະເຈົ້າ ລວມມີຕຶກໂບດທີ່ເໝາະສົມກັບພຸດທະສາສະໜາ (ລວມທັງຊາວກຳປູເຈຍ ແລະ ຄົນລາວ), ລວມທັງການບໍລິການຂອງສາດສະໜາເຕົາ. ໄດ້ສ້າງເຕົາໄຟຂຶ້ນຢູ່ໃນຕຶກໂບດສອງແຫ່ງຂອງ ເພື່ອໃຫ້ສະມາຊິກໃນຄອບຄົວເຜົາເຄື່ອງຖວາຍເຈ້ຍໃຫ້ກັບຄົນທີ່ເຂົາເຈົ້າຮັກ. ພວກຂ້າພະເຈົ້າຍັງມີຕຶກໂບດທີ່ສາມາດຕອບສະໜອງການບໍລິການຂອງກາໂຕລິກ, ຄຣິສຕຽນ, ຜູ້ບໍ່ຖືສາສະໜາ ແລະ ການຈາລຶກ.
ພວກຂ້າພະເຈົ້າເປັນ ຜູ້ຈັດພິທີຊາປະນະກິດສົບທີ່ມີຄວາມເມດຕາສົງສານ, ສາມາດຊ່ວຍທ່ານຈັດງານຊາປະນະກິດສົບທີ່ໜ້າຈົດຈໍາ ແລະ ເປັນການຈັດງານໃຫ້ກຽດກັບຄົນທີ່ທ່ານຮັກແພງ. ພວກຂ້າພະເຈົ້າຈະເຮັດວຽກຢ່າງໃກ້ຊິດກັບທ່ານໃນລະຫວ່າງມື້ທີ່ເຂົາເຈົ້າໄດ້ລ່ວງລັບໄປ, ໃຫ້ຄໍາແນະນໍາທີ່ອ່ອນໂຍນໃນເວລາທີ່ທ່ານຕ້ອງການ. ພວກຂ້າພະເຈົ້າມີປະສົບການຫຼາຍ ໃນການຊ່ວຍເຫຼືອຄອບຄົວຈາກພື້ນຖານວັດທະນະທໍາ ແລະ ສາສະໜາຂອງຊາວອາຊີ. ພວກຂ້າພະເຈົ້າໄດ້ເປີດເຜີຍລາຍລະອຽດໃນການແຈ້ງລາຄາ, ທ່ານສາມາດເລືອກໃຊ້ບໍລິການຕາມທີ່ທ່ານຕ້ອງການໄດ້. ກວດເບິ່ງຕາຕະລາງແຈ້ງລາຄາຂອງພວກເຮົາ
ພວກຂ້າພະເຈົ້າຢູ່ທີ່ນີ້ສໍາລັບທ່ານ. ໂທຫາພວກຂ້າພະເຈົ້າໄດ້ຕະຫຼອດ 24 ຊົ່ວໂມງຕໍ່ມື້, 7 ມື້ຕໍ່ອາທິດ 1800 888 832, ຫຼື ປະກອບແບບຟອມນີ້ແລ້ວພວກຂ້າພະເຈົ້າຈະໂທຫາທ່ານຄືນ.