ການບໍລິການຕົວຈິງ. ໄລຍະເວລາຈະຂຶ້ນກັບຄໍາແນະນໍາ ແລະ ຂໍ້ກໍານົດດ້ານວັດທະນະທໍາຂອງທ່ານ ແລະ ສະພາບການເສຍຊີວິດ. ບໍ່ຈຳເປັນຕ້ອງຮູ້ສຶກຟ້າວຟັ່ງ.
ປະສົບການຂອງພວກຂ້າພະເຈົ້າເຮັດໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈດີ ກ່ຽວກັບສິ່ງທີ່ຄອບຄົວຂອງພວກຂ້າພະເຈົ້າປະສົບໃນຊ່ວງເວລານັ້ນ, ແມ່ນຈຸດປະສົງຂອງພວກຂ້າພະເຈົ້າທີ່ຈະຊ່ວຍເຂົາເຈົ້າປົກປ້ອງເລື່ອງລາວ, ຄວາມຊົງຈໍາ ແລະ ຄວາມປາດຖະໜາຂອງຄົນຮັກຂອງເຂົາເຈົ້າເປັນເວລາຫຼາຍປີຂ້າງໜ້າ.
ປີຂອງການເຮັດໃຫ້ຜູ້ຄົນມາລວມກັນ ເພື່ອບອກລາໄດ້ສອນໃຫ້ພວກຂ້າພະເຈົ້າຮູ້ເຖິງຂະບວນການທີ່ແຕກຕ່າງກັນສໍາລັບທຸກວັດທະນະທໍາ, ສາດສະຫນາ ແລະ ບຸກຄົນ. ປະສົບການຂອງພວກຂ້າພະເຈົ້າແມ່ນເຫດຜົນທີ່ວ່າຄວາມຍືດຍຸ່ນ ແລະ ຄວາມເຂົ້າໃຈເປັນພື້ນຖານຂອງການບໍລິການງານຊາປະນະກິດສົບຂອງພວກຂ້າພະເຈົ້າທັງໝົດ. ເປັນພາລະກິດຂອງພວກຂ້າພະເຈົ້າທີ່ຈະປົກປ້ອງສະມາຊິກທຸກຄົນໃນຊຸມຊົນຂອງພວກຂ້າພະເຈົ້າໂດຍການຊ່ວຍເຂົາເຈົ້າຈັດງານພິທີ ຂອງຄົນທີ່ເຂົາເຈົ້າຮັກຕາມເງື່ອນໄຂຂອງເຂົາເຈົ້າເອງ.
ເມື່ອທ່ານເພີ່ມຄວາມຮູ້ສືກສ່ວນຕົວໃນງານຊາປະນະກິດສົບ, ທ່ານຈະກາຍເປັນຜູ້ປົກປ້ອງຄົນຮັກຂອງທ່ານ ແລະ ເລື່ອງລາວຂອງເຂົາເຈົ້າ. ຢູ່ທີ່ຜູ້ຮັບຈັດການພິທີຊາປະນະກິດສົບສັງວາສາກົນ, ຜູ້ຮັບຈັດການຊາປະນະກິດສົບທີ່ມີປະສົບການຂອງພວກຂ້າພະເຈົ້າພະຍາຍາມຊ່ວຍທ່ານສ້າງການບໍລິການງານຊາປະນະກິດສົບ ທີ່ເປັນເອກະລັກຄືກັນກັບຄົນທີ່ເຂົາເຈົ້າຢາກຈັດພິທີອຳລາ.
ໃຫ້ເວລາ 1-2 ຊົ່ວໂມງ ສຳລັບການປະຊຸມຄັ້ງທຳອິດ, ເພື່ອໃຫ້ການຈັດພິທີງານຊາປະນະກິດສົບເລີ່ມຕົ້ນ. ບໍ່ແມ່ນການຕັດສິນໃຈທັງໝົດທີ່ຕ້ອງເຮັດໃນກອງປະຊຸມຄັ້ງນີ້, ເຖິງແມ່ນວ່າຈະມີບາງເນື້ອໃນທີ່ຕ້ອງໄດ້ຕົກລົງກັນ.
ຜູ້ຮັບຈັດການຊາປະນະກິດສົບຂອງທ່ານຕິດຕໍ່ກັບຜູ້ສະໜອງການບໍລິການທັງໝົດໃຫ້ທ່ານ - ທ່ານບໍ່ຈຳເປັນຕ້ອງປະສານງານຫາເອງ. ລວມເຖິງເຖິງການຕິດຕໍ່ກັບບ່ອນທັງສົບ ຫຼື ສຸສານ ແລະ ສັ່ງຈອງສິ່ງອຳນວຍຄວາມສະດວກຂອງເຂົາເຈົ້າ. ເຂົາເຈົ້າຈະສະໜອງສໍາເນົາ ຂອງການຈັດພິທີງານຊາປະນະກິດສົບໃຫ້ກັບທ່ານ ເພື່ອໃຫ້ທັງສອງຝ່າຍຮູ້ວ່າອັນໃດໄດ້ຕົກລົງກັນໄວ້.
ການຈັດພິທີຊາປະນະກິດສົບ ເຮັດໃຫ້ພວກຂ້າພະເຈົ້າມີໂອກາດໄດ້ກ່າວຄຳອຳລາໄວ້ອາໄລ, ເຊິ່ງເປັນສິ່ງສຳຄັນສຳລັບການຈັດການກັບຄວາມໂສກເສົ້າ ແລະ ຊອກຫາການສະໜັບສະໜູນ. ຕັ້ງແຕ່ໃດມາ, ວັດທະນະທໍາທັງໝົດໄດ້ສ້າງພິທີກໍາຕ່າງໆ ຂຶ້ນເພື່ອໃຫ້ກຽດແກ່ຄົນຕາຍ ເພາະວ່າເຂົາເຈົ້າຮູ້ວ່າພວກຂ້າພະເຈົ້າຈໍາເປັນຕ້ອງຮັບຮູ້ຄວາມໝາຍຂອງບຸກຄົນນັ້ນຕໍ່ກັບພວກຂ້າພະເຈົ້າ ແລະ ເຄົາລົບສົບ.
ທ່ານຄວນຈະໃຫ້ເວລາພຽງພໍສໍາລັບແຂກທີ່ຢູ່ນອກເມືອງ ເພື່ອເດີນທາງໄປເຂົ້າຮ່ວມການບໍລິການ. ຖ້າການເສຍຊີວິດໄດ້ຖືກສົ່ງໄປຫາຜູ້ກວດກາ, ອາດຈະມີຄວາມຈໍາເປັນທີ່ຈະຕ້ອງຄໍານຶງເຖິງຂໍ້ກໍານົດຂອງເຂົາເຈົ້າກ່ອນທີ່ຈະມີພິທີງານຊາປະນະກິດສົບສາມາດເກີດຂຶ້ນໄດ້. ຜູ້ຮັບຈັດການພິທີຊາປະນະກິດສົບສັງວາສາກົນ ຈະຕິດຕໍ່ພົວພັນກັບທ່ານໜ້າທີ່ ແລະ ແຈ້ງໃຫ້ທ່ານຊາບກ່ຽວກັບເວລາທີ່ກໍານົດ.
ເກືອບທຸກສະຖານທີ່ ສຳລັບຈັດພິທີງານຊາປະນະກິດສົບແມ່ນຢູ່ທີ່ໂບດ ຫຼື ໂບດທີ່ສວຍງາມຂອງພວກຂ້າພະເຈົ້າ. ທາງເລືອກອື່ນແມ່ນຖືການບໍລິການທັງໝົດເປັນການບໍລິການບ່ອນັງສົບ. ການບໍລິການງານຊາປະນະກິດສົບສາມາດຈັດຂຶ້ນຢູ່ທີ່ບ້ານຂອງຄອບຄົວ ຫຼື ອາດຈະເປັນໄປໄດ້ທີ່ຈະຈັດໃຫ້ຢູ່ບ່ອນທີ່ມັກ, ເຊັ່ນ: ຫາດຊາຍ, ສວນ, ສະໝາມກອບຫຼື RSL. ບອກຜູ້ຮັບຈັດການງານຊາປະນະກິດສົບຂອງທ່ານ ກ່ຽວກັບຄວາມຄິດຂອງທ່ານແລະເຂົາເຈົ້າຈະສາມາດຊ່ວຍທ່ານແທ້. ທ່ານສາມາດແຕ້ມແຮງບັນດານໃຈໃຫ້ກັບການຈັດການຂອງທ່ານເອງ ຈາກປື້ມແນວຄວາມຄິດ, ເຊິ່ງບັນຈຸເລື່ອງເລົ່າຕ່າງ ທີ່ແບ່ງປັນໂດຍຜູ້ຮັບຈັດການງານຊາປະນະກິດສົບຂອງພວກຂ້າພະເຈົ້າກ່ຽວກັບວິທີທີ່ຄອບຄົວໄດ້ໃຫ້ກຽດຄົນທີ່ຮັກ.
ແມ່ນແລ້ວ. ຜູ້ຮັບຈັດການພິທີຊາປະນະກິດສົບ ສັງວາສາກົນຊຸກຍູ້ໃຫ້ຄອບຄົວເຂົ້າຮ່ວມໃນການບໍລິການສົບ. ຍົກຕົວຢ່າງ, ທ່ານສາມາດປະກອບເປັນກຽດ, ສົ່ງຄຳກ່າວໄວອາໄລ່, ຕົບແຕ່ງໂລງສົບ ຫຼື ຈູດທຽນ. ການເຂົ້າຮ່ວມໃນພິທີປະນະກິດສົບຊ່ວຍໃຫ້ທ່ານສາມາດສະແດງຄວາມຮູ້ສຶກຂອງທ່ານອອກໄປຢ່າງມີຄວາມໜາຍ ແລະ ຈະໃຫ້ການບໍລິການເປັນການສໍາພັດສ່ວນຕົວຫຼາຍຂຶ້ນ.
ການໃຊ້ເວລາສຸດທ້າຍເພື່ອເບິ່ງຄົນຮັກຂອງທ່ານກ່ອນງານຊາປະນະກິດສົບຂອງພວກເຂົາເພື່ອສະທ້ອນ ແລະ ໃຊ້ເວລາສ່ວນຕົວກັບເຂົາເຈົ້າສາມາດເປັນປະໂຫຍດຫຼາຍຕໍ່ກັບຄວາມໂສກເສົ້າຂອງທ່ານ.
ການເລືອກວ່າຈະມີການເບິ່ງແມ່ນເປັນການເລືອກສ່ວນຕົວ, ແຕ່ສາມາດເປັນເວລາພິເສດຮ່ວມກັນ.
ບໍ່ມີວິທີຄໍາວ່າຜິດ ຫຼື ຖືກຕ້ອງສຳລັບການຂຽນຄຳຍ້ອງຍໍ. ເວລາຂອງພວກຂ້າພະເຈົ້ານໍາຄອບຄົວ ແລະ ໜູ່ເພື່ອນມາເຕົ້າລວມກັນເພື່ອບອກລາໄດ້ສອນພວກຂ້າພະເຈົ້າວ່າຂໍ້ຄວາມພິເສດທີ່ສຸດແມ່ນຂໍ້ຄວາມທີ່ມາຈາກຫົວໃຈ. ພວກຂ້າພະເຈົ້າໄດ້ພິ ຈາລະນາຄືນຄຳຄິດເຫັນທີ່ພວກຂ້າພະເຈົ້າໄດ້ຍິນໃນຊ່ວງເວລາຂອງພວກຂ້າພະເຈົ້າ ແລະ ໄດ້ວາງຄູ່ມືແນະນຳ ເພື່ອຊ່ວຍໃຫ້ທ່ານສ້າງຂ່າວສານທີ່ດີເລີດຂອງການອຳລາສຳລັບຄົນທີ່ຮັກ.