Samson Ang, ຜູ້ຈັບການງານຊາປະນາກິດສົບ


ທ່ານມັກດ້ານໃດແດ່ຂອງວຽກນີ້?
ຂ້ອຍ​ວຽກງານນີ້ຢູ່ບ່ອນວ່າໄດ້ມີ​ໂອ​ກາດ​ວາງ​ແຜນ, ສະໜັບ​ສະໜູນ ​ແລະ​ ​ບໍ​ລິ​ການ​ທີ່ໂດດເດັ່ນໃຫ້​ກັບ​ທຸກ​ຄອບ​ຄົວ​ທີ່​ຂ້າ​ພະ​ເຈົ້າໄດ້ບໍລິການ.


ທ່ານເຮັດວຽກໃນຜູ້ຈັດການງານຊາປະນາກິດສົບສັງວາສາກົນດົນປານໃດແລ້ວ?
ຂ້ອຍເຮັດວຽກກ່ຽວກັບງານຊາປະນາກິດສົບເປັນເວລາ 4 ​ປີແລ້ວ​.ກ່ອນທີ່ຈະມາເຮັດວຽກນີ້, ຂ້ອຍແມ່ນນັກວິສະວະກອນ. ຂ້ອຍເຄີຍເຮັດວຽກຢູ່ອັອບທັດ, ມັກຄົວຣີໂທລະຄົມ ແລະ Power Alliance.


ທ່ານມັກເຮັດຫຍັງໃນເວລາຫວ່າງ?
ງານອາລິເລກຂອງຂ້ອຍແມ່ນເຮັດສວນ ແລະ ຟັງເພງ,ໂດຍສະເພາະມັກຟັງດົນຕີໃນຫຼາກຫຼາຍພາສາ.ຂ້ອຍຍັງມັກຫຼິ້ນກິລາ. ຂ້ອຍມັກຕີເທັນນິດ ແລະ ເບິ່ງການແຂ່ງຂັນກິລາຣັກບີ້,ຂ້ອຍເປັນແຟນຄຼັບຂອງທີມບູດັອກ.ຂ້ອຍຍັງແມ່ນອາສາສະໝັກໃນຊຸມຊົນຜູ້ໜຶ່ງ,ເປັນອາຈານສອນວິຊາຄະນິດສາດ ແລະ ວິທະຍາສາດ.

 

ເລົ່າເລື່ອງຄວາມຈິງຂອງທ່ານເລື່ອງໜຶ່ງທີ່ບໍ່ເຄີບມີໃຜຮູ້ມາກ່ອນ?

ຂ້ອຍໄດ້ສອນນໍາພານັກຮຽນເປັນເວລາ 32 ປີແລ້ວ,  ສອນນັກຮຽນກ່ຽວກັບຄະນິດສາດ, ຟີຊິກສາດ ແລະ ເຄມີ.


ທ່ານມັກດ່ານໃດແດ່ຂອງທ້ອງຖິ່ນ?
ຂ້ອຍດໍາລົງຊີວິດຢູ່ໃນເຂດແຟຟີ້ວ (Fairfield Area) ຕັ້ງແຕ່ຊຸມປີ 1980 ເປັນຕົ້ນມາ.ເຂດນີ້ແມ່ນ​ມີ​ຄວາມອຸດົມສົມບູນ​ທາງ​ດ້ານ​ວັດ​ທະ​ນະ​ທຳ,ໄລຍະ 20 ປີຜ່ານມາມີການປ່ຽນແປງຫຼາຍ.ຮ້ານຊັບພະສີນຄ້າ, ອາຫານ ແລະ ຊຸມຊົນແມ່ນມີເອກະລັກສະເພາະ. ເຂດແຟຟີ້ວມີວັດທະນະທໍາທີ່ຫຼາກຫຼາຍ, ມີປະຫວັດສາດທີ່ຍາວນານ ແລະ ນໍ້າໃຈອັນດີເດັ່ນຂອງເຂດຊຸມຊົນ.


ແມ່ນຫຍັງເຮັດໃຫ້ຜູ້ຈັດການງານຊາປະນາກິດສົບສັງວາສາກົນບໍ່ຄືກັບບ່ອນອື່ນ?

ຜູ້ຈັດການງານຊາປະນາກິດສົບສັງວາສາກົນ ໄດ້ລວບລວມເອົາຊຸມຊົນທີ່ສັບສົນ ແລະ ຫຼາກຫຼາຍເຂົ້ານໍາກັນ, ລວມມີຄວາມສໍາພັນຂອງກຸ່ມພາຍໃນຊຸມຊົນທີ່ແຕກຕ່າງກັນຂອງວັດ ແລະ ໂບດ. ພວກເຮົາສະໜອງການບໍລິການງານຊາປະນາກິດສົບ, ເປັນການບໍລິການແບບມືອາຊີບໃຫ້ກັບຄອບຄົວທີ່ແຕກຕ່າງກັນ.