Marco Wong, ຜູ້ຈັບການງານຊາປະນາກິດສົບ

ທ່ານມັກດ້ານໃດແດ່ຂອງວຽກນີ້?
ຕໍາ​ແໜ່ງງານຮັບຜິດຊອບ​ຂອງຂ້ອຍ​ໃນຜູ້ຈັດການງານຊາປະນາກິດສົບສັງວາສາກົນ (Universal Chung Wah Funeral Directors),ຂ້ອຍມັກທຸກໆດ້ານຂອງວຽກນີ້.ຂ້ອຍມັກທີ່ຂ້ອຍມີໂອກາດທີ່ສາມາດສະແດງຄວາມສາມາດຜີມືສິລະປະຂອງຂ້ອຍ,ໂດຍ​ສະ​ເພາະ​ແມ່ນ​ເມື່ອ​ເວ​ລາ​ທີ່ຍາດຕິ​ພີ່​ນ້ອງ​ ແລະ ​ເພື່ອນ​ໄດ້​ເຫັນໜ້າ​ເປັນ​ເທື່ອ​ສຸດ​ທ້າຍ.


ທ່ານເຮັດວຽກໃນຜູ້ຈັດການງານຊາປະນາກິດສົບສັງວາສາກົນດົນປານໃດແລ້ວ?
ຂ້ອຍໄດ້ເລີ່ມເຮັດວຽກຢູ່ບ່ອນນີ້ໃນເດືອນ 3 ປີ 2022. ກ່ອນນີ້ຂ້ອຍແມ່ນພະຍາບານ ແລະ ນັກຖ່າຍຮູບອິດສະຫຼະ.


ທ່ານມັກເຮັດຫຍັງໃນເວລາຫວ່າງ?
ຂ້ອມມັກໄປ​ຢ້ຽມຊົມຫ້ອງ​ງານສິລະປະ ແລະ ການ​ຖ່າຍ​ຮູບ​, ໂດຍ​ສະ​ເພາະ​ແມ່ນນໍາໃຊ້ຟິມ 35ມມ ໃນການຖ່າຍ​.


ແມ່ນຫຍັງເຮັດໃຫ້ຜູ້ຈັດການງານຊາປະນາກິດສົບສັງວາສາກົນບໍ່ຄືກັບບ່ອນອື່ນ?
ທີມຂອງຂ້ອຍໄດ້ສະໜັບສະໜູນຢ່າງເຕັມທີ່,ແນະນໍາຂັ້ນຕອນໃຫ້ຄອບຄົວຂອງຜູ້ເສຍຊີວິດຢ່າງຖີ່ຖ້ວນ,ພ້ອມທັງ ມີປະສົບການເປັນເວລາ 10 ກວ່າປີໃນການບໍລິການໃນຊຸມຊົນ.ຜູ້ຈັດການງານຊາປະນາກິດສົບສັງວາສາກົນ ແມ່ນມີ​ຄວາມ​ຮູ້ ​ແລະ ​ຄວາມ​ສາ​ມາດ​ຢ່າງເປັນວິຊາສະເພາະທາງດ້ານ​ບໍ​ລິ​ການສໍາລັບ​ຄອບ​ຄົວ​ຂອງ​ຜູ້​ເສຍ​ຊີ​ວິດ​